ຕອນບ່າຍວັນທີ 07 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ໄທ, ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກິລາ ໄທ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວແນະນຳວຽກງານກະກຽມໃຫ້ແກ່ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 33 (SEA Games 33) ໃນວັນທີ 09 ທັນວາ ດ້ວຍຫົວຂໍ້ “ພວກເຮົາແມ່ນອັນໜຶ່ງອັນ”, ເຊີດຊູວັດທະນະທຳຫຼາຍຮູບຫຼາຍສີ ແລະ ນ້ຳໃຈຂອງບັນດາປະເທດ ອາຊຽນ . ທ່ານໃຫ້ຮູ້ວ່າ, ພິທີໄຂ SEA Games 33 ປີນີ້ໄດ້ສ້າງຂຶ້ນໃນການເຊື່ອມຕໍ່, ໄຊຊະນະ ແລະ ການເລີ່ມຕົ້ນໄໝ່. ເຕັກໂນໂລຊີທັນສະໄໝຈະໄດ້ນຳໃຊ້, ສົມທົບກັບດົນຕີ, ສິລະປະການສະແດງ, ຊຸດອາພອນ ແລະ ຈຸດພິເສດ.
SEA Games 33 ຈະຈັດຂຶ້ນຢູ່ໄທ ແຕ່ວັນທີ 09 – 20 ທັນວາ 2025, ດ້ວຍການເຂົ້າຮ່ວມຂອງ 11 ປະເທດ ອາຊຽນ, ມີນັກກິລາເກືອບ 9.400 ຄົນເຂົ້າຮ່ວມການແຂ່ງຂັນຢູ່ 574 ເນື້ອໃນຂຶ້ນກັບ 50 ປະເພດກິລາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
