(ພາບປະກອບ: TTXVN)

ຕາມສຳນັກຂ່າວສານ Yonhap (ສ.ເກົາຫຼີ) ແລ້ວ, ວັນທີ 06 ມັງກອນ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 4 ລູກອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ນີ້ແມ່ນເຫດຍິງລູກສອນໄຟຄັ້ງທຳອິດຂອງ ພຽງຢາງ ໃນປີ 2025 ນີ້, ພາຍຫຼັງເຫດຍິງຄັ້ງກ່ອນແມ່ນໃນວັນທີ 05 ພະຈິກ 2024.

ສະພາຫົວໜ້າເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JSC) ໃຫ້ຮູ້ວ່າ, ໄດ້ພົບເຫັນເຫດຍິງດັ່ງກ່າວ ແລະ ພວມດຳເນີນການວິເຄາະຂໍ້ມູນ, ແຕ່ບໍ່ປະກາດລາຍລະອຽດເທື່ອ.

ໃນວັນດຽວກັນ, ກຳລັງປ້ອງກັນແຄມຝັ່ງທະເລ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ, ເບິ່ງຄືວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ.