ທ່ານປະທານາທິບໍດີ Yoon Suk Yeol(ພາບປະກອບ: Kyodo/TTXVN)
|
ວັນທີ 06 ມັງກອນ, ຫ້ອງການສືບສວນການສໍ້ລາດບັງຫຼວງສຳລັບບັນດາເຈົ້າໜ້າທີ່ຂັ້ນສູງ (CIO) ສ.ເກົາຫຼີ ໄດ້ອອກແຈ້ງການເປັນທາງການ ຮຽກຮ້ອງໃຫ້ຕຳຫຼວດຮັບໜ້າທີ່ປະຕິບັດຄຳສັ່ງຈັບຕົວທ່ານປະທານາທິບໍດີ ທີ່ຖືກພິພາກສາໂທດ Yoon Suk Yeol ກ່ຽວຂ້ອງເຖິງເລື່ອງປະກາດ ຄຳສັ່ງກົດໄອຍະການເສິກໃນຕອນຄ່ຳວັນທີ 03 ທັນວາ 2024.
ຄຳຮຽກຮ້ອງໄດ້ຍົກອອກມາພຽງແຕ່ 1 ວັນກ່ອນທີ່ຄຳສັ່ງຈັບຕົວທ່ານອະດີດປະທານາທິບໍດີ Yoon Suk Yeol ໝົດຜົນສັກສິດ. ກ່ອນໜ້ານັ້ນ, ວັນທີ 03 ມັງກອນ, CIO ໄດ້ໂຈະການປະຕິບັດຄຳສັ່ງຈັບຕົວ ພາຍຫຼັງປະເຊີນໜ້າກັບຖັນແຖວກຳລັງປ້ອງກັນຄວາມສະຫງົບຢູ່ທຳນຽບຂອງທ່ານ Yoon Suk Yeol.

