ປະຊາຊົນຢູ່ນະຄອນຫຼວງ Damascus, ຊີຣີ (ພາບ: THX/TTXVN )

ວັນທີ 15 ທັນວາ, ບັນດາໂຮງຮຽນຢູ່ ຊີຣີ ໄດ້ເປີດປະຕູຄືນ ໂດຍສ້າງສັນຍານທີ່ຕັ້ງໜ້າທຳອິດສະແດງໃຫ້ເຫັນສະຖຽນລະພາບຂອງປະເທດຊີຣີ ພາຍຫຼັງທ່ານປະທານາທິບໍດີ Bashar al-Assad ຖືກໂຄ່ມລົ້ມມາເປັນເວລາ 1 ອາທິດ.

ຊີີຣີໄດ້ຟື້ນຟູການເຄື່ອນໄຫວນຢູ່ໂຮງຮຽນພາຍໃນສະພາບການປະເທດນີ້ຍັງຢູ່ໃນວິວັດການມອບຮັບສິດອຳນາດ. ແລະກໍ່ໃນວັນດຽວກັນ, ທ່ານ Geir Pedersen ທູດພິເສດຂອງສປຊ ກ່ຽວກັບຊີຣີ ໄດ້ຮຽກຮ້ອງໃຫ້ລົບລ້າງບັນດາຄຳສັ່ງລົງໂທດສາກົນເພື່ອສ້າງເງື່ອນໄຂໃຫ້ແກ່ປະເທດຕາເວັນອອກກາງນີ້ ຟື້ນຟູເສດຖະກິດ ແລະ ກໍ່ສ້າງຄືນໃໝ່, ຊຸກຍູ້ຄວາມປອງດອງຊາດ ແລະ ສ້າງພື້ນຖານສັນຕິພາບທີ່ຍາວນານ. ພື້ນຖານເສດຖະກິດຊີຣີ ພວມຊຸດໂຊມ, ມີຫຼາຍນະຄອນຖືກທຳລາຍ, ໃນຂະນະທີ່ມີຜູ້ລີ້ໄພຫຼາຍລ້ານຄົນພວມດຳລົງຊີວິດໃນຄ້າຍລີ້ໄພຊົ່ວຄາວຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ. ໃນເຫດການທີ່ກ່ຽວຂ້ອງ, ວັນທີ 15 ທັນວາ ທ່ານ ລັດຖະມົນຕີການຕ່າງປະເທດ ຕວັກກີ ໄດ້ສະແດງເຈດຕະນາດີເປັນກາງໄກເກ່ຍລະຫວ່າງ ອາເມລິກາ ແລະ ລັດຖະບານຫັນປ່ຽນ ຊີຣີ.