ວັນທີ 16 ພະຈິກ, ບັນດານັກສືບສວນ ຊີຣີ ແຈ້ງໃຫ້ຊາບວ່າ ມີກຳລັງຄວາມໝັ້ນຄົງ ແລະ ທະຫານຫຼາຍຄົນຖືກຈັບຕົວ ຄືດັ່ງສ່ວນໜຶ່ງໃນການສືບສວນການໃຊ້ຄວາມຮຸນແຮງດ້ານເຜົ່າພັນຢູ່ແຂວງ Sweida, ທາງພາກໃຕ້ປະເທດນີ້, ເມື່ອເດືອນ ກໍລະກົດ ຜ່ານມາ ເຮັດໃຫ້ນັບຮ້ອຍຄົນເສຍຊີວິດ.

ທ່ານຫົວໜ້າຄະນະກຳມະການສືບສວນ, ຜູ້ພິພາກສາ Hatem Naasan, ໄດ້ຈັດການຖະແຫຼງຂ່າວຢູ່ນະຄອນຫຼວງ Damascus ເພື່ອແຈ້ງຂໍ້ມູນກ່ຽວກັບຄວາມຄືບໜ້າທີ່ບັນລຸໄດ້, ແຕ່ບໍ່ເຜີຍຈຳວນຜູ້ເສຍຊີວິດ ແລະ ຢືນຢັນວ່າ ຕົວເລກນີ້ຈະໄດ້ຂຽນໃນບົດລາຍງານສຸດທ້າຍ ເຊິ່ງຄາດວ່າຈະປະກາດໃນທ້າຍປີນີ້. ເຖິງຢ່າງໃດກໍ່ຕາມ, ທ່ານ Hatem Naasan, ກໍ່ບໍ່ໃຫ້ຮູ້ວ່າມີເທົ່າໃດຄົນຖືກຈັບຕົວ. ທ່ານກໍ່ປະຕິເສດເລື່ອງກຳລັງຕ່າງປະທດສວມບົດບາດຢ່າງໃຫຍ່ຫຼວງໃນເຫດການດັ່ງກ່າວ.