ສຽງປຶນພັດດັງຂຶ້ນຢູ່ເຂດຊາຍແດນ ປາກິດສະຖານ ແລະ ອາບການິດສະຖານ ໃນຕອນບ່າຍວັນທີ 6 ພະຈິກ, ພາຍຫຼັງຄະນະເຈລະຈາສັນຕິພາບ 2 ຝ່າຍເລີ່ມຕົ້ນການໂອ້ລົມສົນທະນາຄັ້ງທີ 3 ເພື່ອເຊື່ອມຕໍ່ການເຈລະຈາສັນຕິພາບສອງຝ່າຍຢູ່ Istanbul, ຕວັກກີ. ຄືຕາມປົກກະຕິ, ສອງຝ່າຍສືບຕໍ່ຖີ້ມໂທດໃສ່ກັນກ່ຽວກັບເລື່ອງລະເມີດຂໍ້ຕົກລົງຢຸດຍິງຊົ່ວຄາວ.

ສື່ມວນຊົນ ປາກິດສະຖານ ໄດ້ຄັດສະເໜີຄຳເວົ້າຂອງລັດຖະບານປະເທດນີ້ໂດຍໃຫ້ຮູ້ວ່າ ເຫດຍິງປຶນໄດ້ເລີ່ມຈາກຝ່າຍ ອາບການິດສະຖານ ແລະ ກຳລັງປ້ອງກັນຄວາມໝັ້ນຄົງ ປາກິດສະຖານ ໄດ້ໂຕ້ຕອບຢ່າງທັນທີ. Islamabad ປະກາດວ່າກຳລັງປ້ອງກັນຄວາມໝັ້ນຄົງຂອງປະເທດນີ້ ຕ້ອງມີປະຕິກິລິຍາໃນວິທີທີ່ລະມັດລະວັງ ແລະ ມີຄວາມຮັບຜິດຊອບ ແລະ ຄຳສັ່ງຢຸດຍິງຍັງມີຜົນບັງຄັບໃຊ້ ໂດຍບໍ່ຫົວຊາຕໍ່ການລະເມີດຂອງປະເທດບ້ານໃກ້ເຮືອນຄຽງ. ກະຊວງຖະແຫຼງຂ່າວ ແລະ ກະຈາຍສຽງໂທລະພາບ ປາກິດສະຖານ ໃຫ້ຮູ້ວ່າ ປາກິດສະຖານ ຍັງໃຫ້ຄຳໝັ້ນສັນຍາ ແກ້ໄຂບັນດາບັນຫາຢູ່ເຂດຊາຍແດນຜ່ານການໂອ້ລົມສົນທະນາ ແລະ ລໍຄອຍການຕອບກັບ ແລະ ຄວາມເຂັ້ມງວດຂອງ ອາບການິດສະຖານ.

ໃນຂະນະນັ້ນ, ຈາກ Kabul, ທ່ານ Zabihullah Mujahid ໂຄສົກຂອງອຳນາດການປົກຄອງ ຕາລີບານ ໄດ້ກ່າວຫາ ປາກິດສະຖານ ລະເມີດຄຳສັ່ງຢຸດຍິງເມື່ອຍິງປຶນ ແລະ ປຶນໃຫຍ່ເປັນສອງຄັ້ງ ເລັ່ງໃສ່ເຂດຊາຍແດນຂອງ ອາບກະນິດສະຖານ ຢູ່ເມືອງ Spin Boldak, ແຂວງ Kandahar.