ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ ໂອ້ລົມທາງໂທລະສັບກັບ ຄະນະໂຄສະນາອົບຮົມ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN) |
ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກວ່າ: ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ ແລະ ຄະນະໂຄສະນາອົບຮົມ ພັກປະຊາຊົນປະຕິວັດ ລາວ ມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ໄລຍະຜ່ານມາ, ຄະນະໂຄສະນາສຶກສາ ສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຍູ້ແຮງການປ່ຽນແປງໃໝ່ແບບວິທີການຜັນຂະຫຍາຍ, ເອົາໃຈໃສ່ເຖິງດ້ານຄຸນນະພາບ, ປະສິດທິຜົນ, ມານະພະຍາຍາມນຳບັນດາການເຄື່ອນໄຫວຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ສອງພັກກໍຈັດຕັ້ງສຳເລັດກອງປະຊຸມແຈ້ງໝາກຜົນກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ ຜ່ານທາງອອນລາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້ານະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


