ພິທີສະຫຼຸບ ແລະ ມອບລາງວັນໂຄງການນະວັດຕະກຳ ກ່ຽວກັບຢາງປຼາດຕິກ ປີ 2025 (ພາບ: VOV5) |
ພິທີສະຫຼຸບ ແລະ ມອບລາງວັນໂຄງການນະວັດຕະກຳ ກ່ຽວກັບຢາງປຼາດຕິກ ປີ 2025 ໄດ້ດຳເນີນໃນວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ໂຄງການໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ. ຕາມຕົວເລກຄາດຄະເນຂອງທະນາຄານ ໂລກ (WB) ທີ່ໄດ້ຍົກອອກມາຢູ່ພິທີ, ແຕ່ລະປີຫວຽດນາມ ມີຂີ້ເຫຍື້ອປຼາດຕິກປະມານ 3,9 ລ້ານໂຕນ, ໃນນັ້ນມີ 0,28 – 0,73 ລ້ານໂຕນອອກສູ່ສິ່ງແວດລ້ອມທາງນ້ຳ ແລະ ມະຫາສະໝຸດ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງຕໍ່ບັນດາການກະທຳລະອຽດລະດັບຊາດ ແລະ ສາກົນ. ໃນນັ້ນ, ນະວັດຕະກຳໄດ້ຮັບຖືວ່າແມ່ນໄມ້ງັດສຳຄັນເພື່ອຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ຜ່ານການຊອກບັນດາມາດຕະການໃໝ່, ເຕັກໂນໂລຢີໃໝ່ ແລະ ຮູບແບບດຳເນີນທຸລະກິດແບບຍືນຍົງ.
ໂຄງການນະວັດຕະກຳ ກ່ຽວກັບປຼາດຕິກປີ 2025 ໄດ້ຮັບຖືວ່າແມ່ນຂໍ້ລິເລີ່ມດີເດັ່ນໃນຄວາມມານະພະຍາຍາມນັ້ນ. ພຽງແຕ່ 4 ເດືອນຜັນຂະຫຍາຍ, ໂຄງການໄດ້ຮັບຂໍ້ລິເລີ່ມ 116 ຂໍ້ມາຈາກທົ່ວປະເທດ, 25 ຂໍ້ລິເລີ່ມດີເດັ່ນໄດ້ຮັບການຄັດເລືອກເຂົ້າຮອບກ້າເບ້ຍ, ແລະ 12 ຂໍ້ລິເລີ່ມດີເດັ່ນໄດ້ເຊີດຊູຢູ່ພິທີ.

