ບັນຍາກາດຂອງວາລະໜຶ່ງໃນເວທີປາໄສເສດຖະກິດ ຫວຽ,ນາມ ປີ 2025 (ພາບ: TTXVN) |
ເວທີປາໄສເສດຖະກິດ ຫວຽດນາມ ປີ 2025, ແງ່ຫວັງປີ 2026 (VEPE) ດ້ວຍຫົວຂໍ້ “ເສດຖະກິດ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ, ຫັນເປັນສີຂຽວໃນສັງກາດດີຈີຕອນ”, ໄດ້ດຳເນີນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ເສດຖະກິດ ຫວຽດນາມ ສະແດງໃຫ້ເຫັນຄວາມສາມາດຕ້ານທານຢ່າງແຂງແຮງ ແລະ ບັນລຸລະດັບການເຕີບໂຕນອນໃນລະດັບແຖວໜ້າຂອງພາກພື້ນ ແລະ ໂລກ. ຫວຽດນາມ ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກໃຫ້ແກ່ການເຕີບໂຕ ແລະ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຊຸກຍູ້ການພັດທະນາວ່ອງໄວ, ຍືນຍົງບົນພື້ນຖານ “ຫັນປ່ຽນແບບຄວບຄູ່: ຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ”; ສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ; ເອົາໃຈໃສ່ຍົກສູງຄວາມສາມາດຕ້ານທານ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຍູ້ແຮງການປະຕິບັດບາດກ້າວບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ. ຫວຽດນາມ ກໍຊຸກຍູ້, ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາກຳລັງໜູນເຕີບໂຕໃໝ່ຜ່ານການສ້າງກົນໄກທົດລອງໃຫ້ສົມບູນແບບ ເພື່ອໜູນຊ່ວຍການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

