ໂດຍຕອບຮັບຄຳເຊີນຂອງ ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ວັນທີ 12 ພະຈິກ, ກະສັດ ຈໍແດນ Abdullah II Ibn Al Hussein ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຈະຊຸກຍູ້ການພົວພັນ ຫວຽດນາມ - ຈໍແດນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕາມການຄາດຄະເນ, ຕອນເຊົ້າວັນທີ 12 ພະຈິກ, ພິທີຕ້ອນຮັບກະສັດ ຈໍແດນ Abdullah II Ibn Al Hussein ຈະໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ທີ່ນະຄອນຫຼວງ ຮ່າໂນ້ຍ. ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ກະສັດ ຈໍແດນ Abdullah II Ibn Al Hussein ຈະດຳເນີນການພົບປະສົນທະນາກັບບັນດາການນຳ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຈໍແດນ ແລະ ການເຄື່ອນໄຫວສຳຄັນອື່ນອີກ.