ການສະແດງສະລະປະທີ່ ການພົບປະແລກປ່ຽນ (ພາບ: thoidai.com.vn)

ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາອັນເປັນເອກະລັກຂອງ ມາເລເຊຍ, ແບ່ງປັນເລື່ອງລາວຕ່າງໆ ກ່ຽວກັບການພົວພັນແລກປ່ຽນວັດທະນະທໍາລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ມາເລເຊຍ. ທ່ານ Nami Zamruni Khalid ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ຫວຽດນາມ ເຊື່ອໝັ້ນວ່າ ມາເລເຊຍ ແລະ ຫວຽດນາມ ຈະນັບມື້ນັບຮ່ວມມືກັນຢ່າງແໜ້ນແຟ້ນ, ມຸ່ງໄປເຖິງການບັນລຸໄດ້ບັນດາເປົ້າໝາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ມາເລເຊຍ.