ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Mircea Abrudean, ປະທານສະພາສູງ ຣຸມານີ
(ພາບ: quochoi.vn)

ໃນຂອບເຂດການຢ້ຽມຢາມ ຣຸມານີ ຢ່າງເປັນທາງການແຕ່ວັນທີ 08 – 11 ກັນຍາ, ວັນທີ 09 ກັນຍາ, ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Mircea Abrudean, ປະທານສະພາສູງ ຣຸມານີ, ພົບປະສົນທະນາກັບທ່ານ Natalia Elena Intotero, ປະທານສະພາຕ່ຳ ຣຸມານີ ແລະ ເຮັດວຽກກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ກັບ ຫວຽດນາມ ຂອງສະພາແຫ່ງຊາດ ຣຸມານີ.

ທີ່ບັນດາການພົບປະສົນທະນາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ແລະ ບັນດາການນຳສະພາສູງ, ສະພາຕ່ຳ ຣຸມານີ ໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນດ້ານການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ພິຈາລະນາເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ ເພື່ອພັດທະນາການທ່ອງທ່ຽວ, ການພົວພັນປະແລກປ່ຽນປະຊາຊົນ; ຝ່າຍ ຣຸມານີ ເຫັນດີຈະຕັ້ງໜ້າຊຸກຍູ້ບັນດາປະເທດ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ແລະ ຂົນຂວາຍຄະນະກຳມະການ ເອີລົບ (EC) ຍົກເລີກ “ບັດເຫຼືອງ” (IUU) ສຳລັບສິນໃນນ້ຳທີ່ສົ່ງອອກຂອງ ຫວຽດນາມ.

ກ່ຽວກັບການຮ່ວມມືລັດຖະສະພາ, 2 ຝ່າຍເຫັນດີຍູ້ແຮງການແລກປ່ຽນຄະນະບັນດາກຳມາທິການວິຊາສະເພາະ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງ ເພື່ອແບ່ງປັນຂໍ້ມູນ ແລະ ບົດຮຽນໃນການເຄື່ອນໄຫວສ້າງກົດໝາຍ, ຕິດຕາມ ກໍຄືສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ໂລກ.