(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອັກລິງ) |
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພ້ອມກັບພັນລະຍາຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46 (AIPA 46) ແລະ ມີການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ແຕ່ວັນທີ 16 – 20 ກັນຍາ. ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ປະກອບສ່ວນຊຸກຍູ້ການຮ່ວມມືລັດຖະສະພາ, ເປີດກວ້າງການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອັກລິງ ໃຫ້ຮູ້ວ່າ:
“ມາເລເຊຍ ແມ່ນປະທານ AIPA 46, ໄດ້ເລືອກເອົາຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕກວມລວມ ແລະ ຍືນຍົງ” ດ້ວຍຄວາມຫວັງວ່າ AIPA ຈະສືບຕໍ່ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ. ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເຂົ້າຮ່ວມ AIPA 46 ໄດ້ເປັນການສະແດງໃຫ້ເຫັນບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວລັດຖະສະພາພາກພື້ນ, ພ້ອມກັນນັ້ນ ກໍ່ເປີດກວ້າງການພົວພັນກັບລັດຖະສະພາບັນດາປະເທດອື່ນໃນໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ບັນດາການສົນທະນາຫາລື ແລະ ກຳນົດຮູບແບບໝາກຜົນຂອງ AIPA 46”.
ທ່ານກໍ່ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີການພົບປະເຈລະຈາສຳຄັນກັບບັນດາການນຳຂັ້ນສູງຂອງ ມາເລເຊຍ.

