ກວ໋າງຈິ ຖືກຜົນເສຍຫາຍຢ່າງໜັກໜ່ວງ

ໄລ່ຮອດເວລາ 19 ໂມງ 00 ນາທີ ຂອງຕອນຄ່ຳວັນທີ 29 ກັນຍາ, ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ຝົນຟ້າຄະນອງ, ພາຍຸລູກໝຸນ, ດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ, ຜູ້ຫາຍສາບສູນ 13 ຄົນ, ບາດເຈັບ 88 ຄົນ ແລະ 8 ຄົນຕິດຕໍ່ບໍ່ໄດ້. ຕາມແຈ້ງການຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ພາຍຸດັ່ງກ່າວໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນເປ່ເພ, ເສຍຫາຍຈຳນວນກວ່າ 100.000 ຫຼັງ; ເນື້ອທີ່ປູກເຂົ້າ ແລະ ພືດຜັກ ກວ່າ 9.400 ເຮັກຕາ, ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 1.400 ເຮັກຕາຖືກເສຍຫາຍ….; ເສັ້ນທາງຫຼາຍສາຍຂອງທ້ອງຖິ່ນຕ່າງໆຢູ່ທາງທິດເໜືອ ແລະ ພາກກາງຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ຖືກຕັດຂາດ. ບັນດາແຂວງ ເງະອານ, ຮ່າຕິງ, ກວ໋າງຈິ, ແທັງຮວ໊າ ໄຟດັບເປັນວົງກວ້າງ.

ໃນໂທລະເລກທາງການທີ່ຝາກເຖິງບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນທາງທິດເໜືອ ແລະ ພາກກາງ ໃນວັນທີ 29 ກັນຍາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຝາກຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງທີ່ສຸດເຖິງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນລະດົມບັນດາກຳລັງ, ຍານພາຫະນະທີ່ຈຳເປັນເພື່ອເຂົ້າເຖິງເຂດຖືກຕັດຂາດຍ້ອນໄພທຳມະຊາດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້; ໜູນຊ່ວຍປະຊາຊົນ ເພື່ອບໍ່ໃຫ້ຜູ້ໃດຂາດນ້ຳດື່ມ ແລະ ອາຫານ, ໜາວເຢັນ, ບໍ່ມີບ່ອນຢູ່ອາໄສ ຫຼື ຂາດແຄນເສື້ອຜ້າ. ພ້ອມດຽວກັນນັ້ນ, ກໍສຸມໃສ່ແກ້ໄຂຟື້ນຟູບັນດາຮາກຖານການສຶກສາ, ສາທາລະນະສຸກທີ່ຖືກເປ່ເພໃຫ້ສຳເລັດກ່ອນວັນທີ 5 ຕຸລາ.

ປັດຈຸບັນນີ້, ທ້ອງຖິ່ນຕ່າງໆພວມສືບຕໍ່ສຳຫຼວດກວດຄືນ, ຈັດຕັ້ງການກວດກາ, ແກ້ໄຂບັນດາຜົນເສຍຫາຍໃນໃນເບື້ອງຕົ້ນ. ຢູ່ແຂວງ ກວ໋າງຈິ, ພາຍຫຼັງພາຍຸພັດຜ່ານ, ກຳລັງເຈົ້າໜ້າທີ່ ແລະ ປະຊາຊົນກໍດຳເນີນການຈັດມ້ຽນ, ເຮັດອະນາໄມຕົ້ນໄມ້ທີ່ຫັກລົ້ມ, ໜູນຊ່ວຍປະຊາຊົນສ້ອມແປງເຮືອນຊານບ້ານຊ່ອງ, ສຸມໃສ່ຊອກຫາກູ້ໄພກູ້ຊີບ, ຜັນຂະຫຍາຍມາດຕະການຮັບປະກັນການຜະລິດກະສິກຳ ແລະ ສິນໃນນ້ຳ. ພ້ອມດຽວກັນນັ້ນ, ບັນດາຂະແໜງທີ່ມີຄວາມຮັບຜິດຊອບຂອງແຂວງ ກວ໋າງຈິ ກໍສົມທົບກັບ ທະຫານເຂດ 4 ຜັນຂະຫຍາຍວຽກງານຊອກຫາຊາວປະມົງ 9 ຄົນທີ່ຫາຍສາບສູນໃນກ່ຳປັ່ນຫາປ່າ 2 ລຳທີ່ຖືກຈົມນ້ຳໃນຕອນຄ່ຳວັນທີ 28 ກັນຍາ.