ບົດຂຽນໄດ້ເອົາລົງໃນ ເວັບໄຊຂອງ ໜັງສືພິມ Financial Times (ພາບປະກອບ: Financial Times) |
ພາຍຫຼັງອົງການຈັດອັນດັບ FTSE Russell ແຈ້ງການຍົກລະດັບ ຫວຽດນາມ ຂຶ້ນເປັນການຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ, ໃນວັນທີ 8 ຕຸລານັກຮຽນຮູ້ ແລະ ສື່ມວນຊົນ ອັງກິດ ໄດ້ມີການຕີລາຄາທີ່ຕັ້ງໜ້າກ່ຽວກັບບັນຫານີ້. ໜັງສືພິມ Financial Times, ໜັງສືພິມແຖວໜ້າໂລກ ໃນຂົງເຂດການເງິນ, ໄດ້ລົງຂ່າວວ່າ ເປັນຄັ້ງທຳອິດ ທີ່ຫວຽດນາມ ໄດ້ຮັບການຍົກລະດັບຂຶ້ນເປັນຕະຫຼາດແລກປ່ຽນຫາກໍ່ພົ້ນເດັ່ນຈາກອົງການສະໜອງດັດຊະນີ, ການກະທຳນີ້ອາດຈະດຶງດູດເງິນເປັນຈຳນວນນັບພັນຕື້ USD ເຂົ້າມາລົງທຶນຕະຫຼາດຫຼັກຊັບພາຍໃນປະເທດ. ໃນຂະນະນັ້ນ, ທ່ານ Bill Hayton ນັກຄົ້ນຄ້ວາ ໂຄງການອາຊີ ຢູ່ສະຖາບັນຄົ້ນຄ້ວາ ພະບໍລົມວົງສານຸວົງ ອັງກິດ ກ່ຽວກັບບັນດາບັນຫາສາກົນ Chatham House, ຖືວ່າການຍົກລະດັບນີ້ມີຄວາມໝາຍທີ່ສຸດຕໍ່ຫວຽດນາມ ແມ່ນບາດກ້າວມຸ່ງໄປເຖິງການໄດ້ຮັບຖືວ່າແມ່ນພື້ນຖານເສດຖະກິດສາກົນ.

