(ໜັງສືພິມ Le Figaro, ຂອງ ຝລັ່ງ)

ໃນຊຸມມື້ຜ່ານມາ, ສື່ມວນຊົນຂອງຫຼາຍປະເທດ ເອີລົບ ໄດ້ນຳສະເໜີຂ່າວກ່ຽວກັບພິທີເດີນຂະບວນ ສວນສະໜາມສະແດງກ້ອນກຳລັງ ແລະ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025) ຢ່າງເຂັ້ມຂຸ້ນ.

ໜັງສືພິມ Le Figaro, ຂອງ ຝລັ່ງ ມີບົດຂຽນພັນລະນາກ່ຽວກັລເລື່ອງ ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນເອກະລາດ ດ້ວຍການເດີນຂະບວນ ສວນສະໜາມສະແດງກ້ອນກຳລັງໃຫຍ່ທີ່ສຸດໃນປະຫວັດສາດ. ບົດຂຽນໄດ້ຍົກອອກບັນດາຜົນງານຂອງ ຫວຽດນາມ ໃນໄລຍະ 80 ປີຜ່ານມາ. ຊ່ອງໂທລະພາບ ARTE, ຂອງ ຝລັ່ງ ແລະ ເຢຍລະມັນ, ກໍ່ສະຫງວນເວລາລາຍການຍາວ 6 ນາທີ ເພື່ອແນະນຳກ່ຽວກັບພິທີສະເຫຼີມສະຫຼອງຄັ້ງໃຫຍ່ 80 ປີແຫ່ງວັນຊາດ ຫວຽດນາມ.

ສ່ວນ UK Investor ຢືນຢັນ “ສຳລັບ ຫວຽດນາມ, ປີ 2025 ແມ່ນປີຂອງການສົ່ງລະດັບຜົນສະທ້ອນທົ່ວໂລກ, ແລະ ຮອດປີ 2035, ຫວຽດນາມ ຈະພົ້ນເດັ່ນຂຶ້ນຄືດັ່ງແບບຢ່າງຂອງການເຕີບໂຕແບບຍືນຍົງ”.