ທ່ານນາຍົກລັດຖະມົນຕີ Justin Trudeau(ພາບປະກອບ: TTXVN)
|
ວັນທີ 05 ມັງກອນ, ສື່ມວນຊົນ ການາດາ ໃຫ້ຂ່າວວ່າ, ທ່ານນາຍົກລັດຖະມົນຕີປະເທດນີ້ Justin Trudeau ອາດຈະລາອອກຈາກຕຳແໜ່ງ, ໄວສຸດແມ່ນໃນວັນທີ 06 ມັງກອນ (ຕາມເວລາທ້ອງຖິ່ນ).
ຂໍ້ມູນຂ່າວດັ່ງກ່າວໂດຍສຳນັກຂ່າວສານ Globe and Mail ຍົກອອກມາ, ໂດຍອີງຕາມ 3 ແຫຼ່ງຂ່າວ. ຕາມສຳນັກຂ່າວສານນີ້ແລ້ວ, ປະຈຸບັນ ຍັງບໍ່ທັນຮູ້ແຈ້ງວ່າທ່ານນາຍົກລັດຖະມົນຕີ Justin Trudeau ຈະລາອອກຕຳແໜ່ງເມື່ອໃດ, ແຕ່ຄາດວ່າຈະດຳເນີນກ່ອນກອງປະຊຸມລັບຂອງພັກເສລີ ໃນວັນທີ 08 ມັງກອນ ຈະມາເຖິງ. ແຫຼ່ງຂໍ້ມູນໄດ້ຍົກອອກມາໃນເວລາອິດທິພົນຊື່ສຽງຂອງທ່ານ Justin Trudeau ຖືກຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະຜ່ານມາ ໃນສະພາບທີ່ ການາດາ ຈະດຳເນີນການເລືອກຕັ້ງທົ່ວປະເທດໃນເດືອນ ຕຸລາ 2025. ປະຈຸບັນ, ຫ້ອງວ່າການນາຍົກລັດຖະມົນຕີ ຍັງບໍ່ທັນມີຄຳຄິດເຫັນໃດກ່ຽວກັບແຫຼ່ງຂ່າວດັ່ງກ່າວ.

