ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ການຕ້ອນຮັບ (ພາບ: TTXVN) |
ໜັງສືພິມ ປະຊາຊົນ ສະບັບອອກວັນທີ 2 ຕຸລາ ແລະ ໜັງສືພິມ ລາວພັດທະນາ ສະບັບອອກວັນທີ 3 ຕຸລາ ໄດ້ໃຫ້ຂ່າວກ່ຽວກັບເນື້ອໃນຖະແຫຼງການຮ່ວມ ຫວຽດນາມ - ລາວ ຢ່າງຄົບຖ້ວນ, ພ້ອມທັງມີບົດຂຽນ ກ່ຽວກັບການພົບປະເຈລະຈາ ລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢ່າງລະອຽດ, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຕີລາຄາສູງຕໍ່ ເລື່ອງສອງປະເທດ ໄດ້ລົງນາມ ແລະ ແລກປ່ຽນເອກະສານການຮ່ວມມື 8 ສະບັບ ໃນບັນດາຂົງເຂດ ເສດຖະກິດ, ການລົງທຶນ, ການສຶກສາ, ການເງິນ, ທະນາຄານ, ພະລັງງານ, ການບິນ. ເລື່ອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຄັ້ງ 2 ໃນຖານະເປັນນາຍົກລັດຖະມົນຕີນັ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ, ຜ່ານນັ້ນ ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ອ້າຍນ້ອງ.
ໜັງສືພິມ ວຽງຈັນທາມ ສະບັບອອກວັນທີ 03 ຕຸລາ ມີບົດຂຽນ ໂດຍໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນຊວັນຟຸກ ໄດ້ເຫັນດີເປັນເອກະພາບຮ່ວມມືກັນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ. ໜັງສືພິມສະບັບດັ່ງກ່າວໃຫ້ຮູ້ວ່າ ທີ່ການພົບປະລະຫວ່າງນາຍົກລັດຖະມົນຕີສອງທ່ານ ໃນວັນທີ 01 ຕຸລາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ສືບຕໍ່ບອກສອນໃຫ້ຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ເຄົາລົບຕໍ່ສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.
ໜັງສືພິມລາວ ສະບັບອອກວັນທີ 03 ຕຸລາ ກໍລົງພິມບົດ ແລະ ຮູບພາບກ່ຽວກັບການເຄື່ອນໄຫວ ກໍຄືການຕ້ອນຮັບຢ່າງສົມກຽດຂອງຫວຽດນາມ ທີ່ສະຫງວນໃຫ້ທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນ ເມື່ອເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

