ວັນທີ 06 ຕຸລາ, ບັນດາເວັບໄຊ ແລະ ສຳນັກຂ່າວສານ, ຄື: channelnewsasia.com (ສິງກະໂປ), uz.kursiv.media (ອຸເບກິດສະຖານ) ແລະ ສຳນັກຂ່າວສານຝ່າຍຕາເວັນຕົກຈຳນວນໜຶ່ງໄດ້ຕີລາຄາ, ອີງໃສ່ຕົວເລກເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງ ຫວຽດນາມ ພວມຟື້ນຟູດີພໍສົມຄວນ, ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບຈາກບັນດາມາດຕະການພາສີອາກອນຫວ່າງມໍ່ໆມານີ້ຂອງອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Donald Trump. ແຜນການນີ້ໄດ້ລືນກາຍຄາດຫວັງ, ສອດຄ່ອງກັບເປົ້າໝາຍຂອງລັດຖະບານແມ່ນສູ້ຊົນບັນລຸລະດັບເຕີບໂຕແຕ່ 8,2 – 8,5% ໃນປີນີ້ ແລະ ສູງກວ່າການຄາດຄະເນຂອງບັນດາອົງການການເງິນສາກົນ, ຄື: ທະນາຄານໂລກ (WB ຄາດຄະເນເພີ່ມຂຶ້ນ 6,6%) ແລະ ກອງທຶນເງິນຕາສາກົນ (IMF, ຄາດຄະເນເພີ່ມຂຶ້ນ 6,5%).

ເວັບໄຊ finimize.com (ອັງກິດ) ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ນຳໜ້າທ່າອ່ຽງເຕີບໂຕຢູ່ພາກພື້ນ ອາຊີ. ຜົນສຳເລັດຂອງ ຫວຽດນາມ ຊີ້ໃຫ້ເຫັນແຈ້ງຜົນປະໂຫຍດຂອງການພົວພັນແໜ້ນແຟ້ນລະຫວ່າງນະໂຍບາຍ ແລະ ການເຄື່ອນໄຫວດ້ານການຄ້າ.