ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ແລະ ທ່ານປະທານາທາບໍດີ ລັດເຊຍ Vladimir Putin |
ວັນທີ 22 ທັນວາ, ທ່ານ Robert Fico ນາຍົກລັດຖະມົນຕີ ສະໂລວາກີ ໄດ້ມີການຢ້ຽມຢາມ ລັດເຊຍ ແລະ ພົບປະເຈລະຈາກັບທ່ານປະທານາທາບໍດີ ລັດເຊຍ Vladimir Putin. ຕາມ ທ່ານ Dmitry Peskov ເລຂານຸການຝ່າຍສື່ມວນຊົນ ວັງ Kremlin ແລ້ວ, ການນຳສອງທ່ານໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບສະພາບການສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ກໍ່ຄືບັນດາບັນຫາຮ່ວມມືທາງດ້ານພະລັງງານ, ເປັນຕົ້ນແມ່ນການສະໜອງອາຍແກັດທຳມະຊາດ ຂອງລັດເຊຍ.
ການຢ້ຽມຢາມ ລັດເຊຍຂອງທ່ານນາຍົກລັດຖະມົນຕີ Robert Fico ໃນສະພາບການທີ່ຢູແກຼນເດັດດ່ຽວບໍ່ຕໍ່ກຳນົດເວລາສັນຍາຂົນສົ່ງອາຍແກັດ, ຄາດວ່າຈະໝົດອາຍຸໃນວັນທີ 1 ມັງກອນຈະມາເຖິງ ເຊິ່ງນາບຂູ່ຢ່າງຮ້າຍແຮງເຖິງຄວາມໝັ້ນຄົງດ້ານພະລັງງານຂອງ ສະໂລວາກີ. ດັ່ງນັ້ນ, ການຢ້ຽມຢາມແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ສະໂລວາກີເພື່ອແນໃສ່ຮັບປະກັນສືບຕໍ່ໄດ້ຮັບແຫຼ່ງສະໜອງອາຍແກັດຈາກລັດເຊຍ.

