ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer
(ພາບ: VOV)

ໃນຂອບເຂດການເດີນທາງໄປຢ້ຽມຢາມ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອຢ່າງເປັນທາງການ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຕອນບ່າຍວັນທີ 29 ຕຸລາ, ຫວຽດນາມ ແລະ ລາຊະອານາຈັກ ອັງກິດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງຍົກລະດັບການພົວພັນ ຫວຽດນາມ - ອັງກິດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ຖະແຫຼງການຮ່ວມ).

ຖະແຫຼງການຮ່ວມມີ 48 ມາດຕາ, ໃນນັ້ນເນັ້ນໜັກເຖິງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອັງກິດຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນ 6 ເສົາຄ້ຳຫຼັກ ລວມມີ: ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ຮ່ວມມືກ່ຽວກັບສິ່ງແວດລ້ອມ, ພະລັງງານ ແລະ ການຫັນເປັນສີຂຽວ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ບັນດາສິດສະເໝີພາບ ແລະ ບັນດາຂົງເຂດອື່ນໆ, ເພີ່ມທະວີການສົມທົບກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ.

ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບສ້າງການພົວພັນຄູ່ຮ່ວມມືດ້ານພະລັງງານສະອາດ ຫວຽດນາມ - ອັງກິດລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງລາຊະອານາຈັກ ອັງກິດ, ເພື່ອແນໃສ່ຍູ້ໄວວິວັດການຫັນເປັນດີຈີຕອນເສດຖະກິດມີການປ່ອຍທາດກາກບອນຕ່ຳ ແລະ ມີຄວາມສາມາດທົນທານສູງຢູ່ທັງສອງປະເທດ.