ຖະແຫຼງການດັ່ງກ່າວໂດຍທ່ານ Donald Trump ຍົກອອກມາໃນເຫດການໜຶ່ງຢູ່ລັດ Arizona. ຢູ່ເຫດການນີ້, ທ່ານ Trump ເນັ້ນໜັກເຖິງການສະໜັບສະໜູນຢ່າງແຮງຂອງໄວໜຸ່ມໃຫ້ສຳລັບທ່ານ ໃນການເລືອກຕັ້ງທີ່ຜ່ານມາໂດຍຜ່ານ TikTok ແລະ ຖືວ່າ ໝາກຜົນ່ດີເຖິງຂັ້ນ ທ່ານຕ້ອງຊັ່ງຊາຈະຮັກສາພື້ນຖານນີ້ໄວ້ຄືນ. ຄຳກ່າວປາໄສດັ່ງກ່າວຂອງທ່ານ Donald Trump ໄດ້ຍົກອອກມາໃນສະພາບການ ແອັບນີ້ ຕ້ອງປະເຊີນໜ້າກັບຄວາມສ່ຽງຖືກຫ້າມໃຊ້ຢູ່ ອາເມລິກາ. ກ່ອນໜ້ານັ້ນ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາກົດໝາຍຮຽກຮ້ອງບໍລິສັດແມ່ຂອງ TikTok ເຊິ່ງແມ່ນ ByteDance (ຈີນ) ຕ້ອງຂາຍແອັບນີ້ດ້ວຍເຫດຜົນມີຄວາມວິຕົກກັງວົນຕໍ່ຄວາມໝັ້ນຄົງແຫ່ງຊາດ. ຖ້າບໍ່ປະຕິບັດ, TikTok ອາດສາມາດຖືກຫ້າມໃຊ້ຢູ່ ອາເມລິກາ ໃນວັນທີ 19 ມັງກອນຈະມາເຖິງ, ກ່ອນວັນທ່ານ Donald Trump ຮັບດຳລົງຕຳແໜ່ງປະທານາທາບໍດີ ອາເມລິກາ 1ວັນ.