ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນຮອບດ້ານພໍສົມຄວນຂອງທົ່ວຂະແໜງຈັດຕັ້ງກໍ່ສ້າງພັກ, ຈາກບັນດາວຽກງານຕັ້ງໜ້າຄືເປັນເສນາທິການບູລະນະລະບອບລະບຽບການ, ວຽກງານກໍ່ສ້າງປັບປຸງພັກ ຕະຫຼອດຮອດວຽກງານພະນັກງານ…ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ທົ່ວຂະແໜງຈັດຕັ້ງກໍ່ສ້າງພັກສືບຕໍ່ສຸມໃສ່ເປັນເສນາທິການ, ສະເໜີການກໍ່ສ້າງປັງປຸງກົງຈັກການເມືອງໃຫ້ກະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

ຕ້ອງເຮັດແນວໃດມີຖັນແຖວພະນັກງານທີ່ສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອພາລະກຳຂອງພັກ. ເພື່ອເຮັດໄດ້ສິ່ງນັ້ນຕ້ອງມີຈິນຕະນາການໃໝ່ໃນຂະບວນວິວັດແຫ່ງການຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດຂອງພັກ, ຍ້ອນວ່າກຳລັງໜູນຂອງພວກເຮົາແມ່ນຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເພື່ອພາລະກິດຂອງພັກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມຄະນະພັກ ກອງທັບສູນກາງຄັ້ງທີ 12. ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ ກອງທັບສູນກາງ, ກະຊວງປ້ອງກັນປະເທດ ແລະ ພະນັກງານ, ນັກຮົບທົ່ວກອງທັບ ໄດ້ຈັດຕັ້ງສຳເລັດຫຼາຍກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ Nam (22/12/1944 – 22/12/2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2024) ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ທ່ານຢັ້ງຢືນບັນດາໝາກຜົນທີ່ພົ້ນເດັ່ນໃນການຊີ້ນຳນຳພາ ບໍລິຫານຂອງຄະນະພັກ ກອງທັບສູນກາງ, ກະຊວງປ້ອງກັນປະເທດ.