ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ ປີສະເຫຼີມສະຫຼອງວັນປະທານ ໂຮ່ຈີມິນກັບ ເມືອດຳລົງຊີວິດ ແລະ ເຮັດວຽກຢູ່ທຳນຽບປະທານປະເທດ ຄົບຄອບ 70 ປີ (1954 – 2024), ຕອນເຊົ້າວັນທີ 15/12, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມາຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູສະນີຍະສະຖານ ປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດຢູ່ນະຄອນຫຼວງຮ່າໂນ້ຍ. ເມື່ອຖະຫວາຍທູບທຽນ ແລະ ຂຽນຄວາມຮູ້ສຶກຢູ່ເຮືອນອາໄລຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າ ປະທານໂຮ່ຈີມິນ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງຊາດ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຮັບຄວາມເຄົາລົບນັບຖືຈາກທົ່ວໂລກອີກດ້ວຍ. ເຂດປູສະນີຍະສະຖານແມ່ນແຫຼ່ງບັນດານໃຈບໍ່ສິ້ນສຸດ, ຫຼໍ່ຫຼອມເຈດຈຳນົງ, ຄວາມໄວ້ວາງໃຈຂອງຊາວ ຫວຽດນາມ ລຸ້ນຕ່າງໃນປັດຈຸບັນ ແລະ ອະນາຄົດ.

ເມື່ອໂອ້ລົມກັບພະນັກງານເຂດປູສະນີຍະສະຖານ, ທ່ານເລຂາທິການໃຫຍ່ຕີລາຄາສູງພະນັກງານເຂດ ໄດ້ມີຄວາມຮັບຜິດຊອບໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດຖຸຢູ່ເຂດ. ຫວຽດນາມ ໂຮ່ຈີມິນ ໄດ້ກາຍເປັນສັນຍາລັກທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ເຂດປູສະນີຍະສະຖານລະດັດຊາດພິເສດ ກ່ຽວກັບປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ແມ່ນພາກສ່ວນສຳຄັນຂາດບໍ່ໄດ້, ເຮັດໃຫ້ສັນຍາລັກນັ້ນຍິ່ງມີຊີວິດຊີວາ ແລະ ໃກ້ຊິດກັບຊາວ ຫວຽດນາມ ແລະ ແຂກທ່ອງທ່ຽວສາກົນ.