ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ໄດ້ຢັ້ງຢືນທັດສະນະຊີ້ນຳຂອງພັກກ່ຽວກັບການຍູ້ແຮງການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແມ່ນໜ້າທີ່ “ສຳຄັນເປັນຢ່າງຍິ່ງ ແລະ ເປັນປະຈຳ”; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການປະສານສົມທົບ 3 ເສົາຄ້ຳ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການພົວພັນຕ່າງປະເທດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ອົງຄະນະພັກກະຊວງການຕ່າງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນໃຫ້ຄົບຊຸດ, ມີປະສິດທິຜົນ. ພິເສດ, ສືບຕໍ່ກຳແໜ້ນສະພາບການ, ເພີ່ມທະວີຄຸນນະພາບ, ປະສິດທິຜົນ ແລະ ລັກສະນະທັນການຂອງວຽກງານຄົ້ນຄວ້າ, ເປັນເສນາທິການໃຫ້ການນຳພັກ ແລະ ລັດໃນບັນດານະໂຍບາຍຊີ້ຂາດ, ແຜນນະໂຍບາຍໃຫຍ່, ມີຄວາມສຳຄັນຍຸດທະສາດຂອງປະເທດຊາດໃຫ້ຫຼາຍກວ່າອີກ.

ບັນຍາກາດການເຮັດວຽກ

ທ່ານເລຂາທິການໃຫຍ່ ສະເໜີໃຫ້ທົ່ວຂະແໜງພົວພັນຕ່າງປະເທດ, ໃນນັ້ນມີການທູດ ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ເງື່ອນໄຂສະດວກຢູ່ພາຍນອກໃຫ້ໄດ້ຫຼາຍທີ່ສຸດເພື່ອພັດທະນາປະເທດຊາດ, ພິເສດແມ່ນເພື່ອຫັນບັນດາເປົ້າໝາຍພັດທະນາຮອດປີ 2030 ແລະ 2045 ໃຫ້ປະກົດຜົນເປັນຈິງ.