ທ່ານ ໂຕເລິມ ເລຂາທິການໃຫຍ່ທິຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນລາຍການ (ພາບ: VOV) |
ຕອນຄ່ຳວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດໂຄງການ “ໂຮ່ຈີມິນ - ວິວັດການແຫ່ງຄວາມມຸ່ງຫວັງປີ 2025” ດ້ວຍຫົວຂໍ້ ຫວຽດນາມຈະເລີນຮຸ່ງເຮືອງ. ໂຄງການເພື່ອແນໃສ່ເຊີດຊູບັນດາແບບຢ່າງດີເດັ່ນທົ່ວປະເທດໃນປີ 2025 ໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແລະ ສະແດງໃຫ້ເຫັນສານລຸລ່ວງ ກ່ຽວກັບຄວາມມຸ່ງຫວັງກໍ່ສ້າງປະເທດຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃນຍຸກສະໄໝໃໝ່.
ເຂົ້າຮ່ວມ ແລະ ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ທິຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັ້ກວ່າປະເທດພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີລັກສະນະປະຫວັດສາດເພື່ອສ້າງຜົນສຳເລັດໃໝ່, ຫັນຄວາມມຸ່ງຫວັງຂອງປະທານໂຮ່ຈີມິນໃຫ້ປະກົດຜົນເປັນຈິງໄວກວ່າເວລາໃດ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນສືບຕໍ່ປຸກລຸກຈິດໃຈອົງອາດກ້າແກ່ນຢ່າງແຮງ, ນ້ຳໃຈຮັກຊາດຢ່າງຂ້ຽວຂາດ, ມີຄວາມຕັດສິນໃຈໃນການຮ່ຳຮຽນ, ປະຕິບັດຕາມປະທານໂຮ່ຈີມິນ ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ແລະ ບັນດາແຜນນະໂຍບາຍຍຸດທະສາດ ຂອງພັກຢ່າງມີໄຊ. ທ່ານໃຫ້ຮູ້ວ່າ:
ພະນັກງານ, ສະມາຊິກພັກແຕ່ລະຄົນກ່ອນອື່ນໝົດຕ້ອງເປັນຜູ້ນຳໜ້າ, ເປັນແບບຢ່າງທີ່ດີດ້ວຍການກະທຳລະອຽດ, ໝາກຜົນທີ່ແທ້ຈິງ, ກາຍເປັນຜູ້ສົ່ງແຫຼ່ງບັນດານໃຈ, ປຸກລຸກຄວາມມຸ່ງຫວັງອະທິດສ່ວນໃນແຕ່ລະໝູ່ຄະນະ, ທ້ອງຖິ່ນ, ອົງການ,ຫົວໜ່ວຍ. ປະຊາຊົນ ຫວຽດນາມ ແຕ່ລະຄົນ ໄດ້ບືນຕົວຂຶ້ນເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

