ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ: VOV) |
ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ແຂວງ ຮຶງອຽນ ໄດ້ຈັດພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ (ວັນທີ 1 ກໍລະກົດ 1915 – 01 ກໍລະກົດ 2025). ຊີວິດ ແລະ ພາລະກິດຂອງທ່ານຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
“ບົດຮຽນກ່ຽວກັບຈິນຕະນາການປ່ຽນແປງໃໝ່, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບ, ທ່ານ ຫງວຽນວັນລິງ ເຄີຍຢັ້ງຢືນວ່າ: ການປ່ຽນແປງໃໝ່ ບໍ່ໝາຍຄວາມວ່າເປັນການປະຕິເສດອະດີດຕະການ, ເຊິ່ງແມ່ນການສືບຕໍ່ພັດທະນາຈາກພຶດຕິກຳຕົວຈິງ, ກ້າປະເຊີນໜ້າກັບຄວາມເປັນຈິງເພື່ອກະທຳ. ຈິດໃຈນັ້ນແມ່ນເຂັມຊີ້ທິດໃຫ້ແກ່ພະນັກງານລຸ່ນປັດຈຸບັນ - ເມື່ອປະເທດຊາດພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ: ຮູບແບບການເຕີບໂຕແບບເກົ່າ ປະສົບກັບຄວາມຫຍຸ້ງຍາກ, ບັນດາບັນຫາສິ່ງແວດລ້ອມ, ພົນລະເມືອງອາຍຸສູງກວມເປັນສ່ວນຫຼາຍ, ການແກ້ງແຍ້ງດ້ານພູມີສາດການເມືອງນັບມື້ນັບຂ້ຽວຂາດກວ່າ. ມີພຽງແຕ່ປ່ຽນແປງໃໝ່ຈິນຕະນາການ, ປ່ຽນແປງໃໝ່ວິທີສຳຜັດ ແລະ ກ້າປະຕິບັດສິ່ງທີ່ບໍ່ເຄີຍເຮັດ, ພວກເຮົາຈຶ່ງສາມາດນຳປະເທດກ້າວໄປໄກກວ່າ”.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນວັນລິງ (ພາບ: VOV) |
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ແລະ ປາດຖະໜາວ່າ ທັງລະບົບການເມືອງ ນັບມື້ນັບຕ້ອງສືບຕໍ່ປຸກລຸກນ້ຳໃຈເຫຼົ່ານັ້ນຂອງທ່ານ ຫງວຽນວັນລິງ.


