ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີເປີດ (ພາບ: VOV)

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ ໃນທຸກໄລຍະແຫ່ງການປະຕິບັດ, ວຽກງານພະນັກງານຍາມໃດກໍໄດ້ຮັບການກຳນົດວ່າ ແມ່ນວຽກງານຈຸດສຸມ, ແມ່ນກົກຂອງທຸກໜ້າວຽກ. ດັ່ງນັ້ນ, ຈາກກອງປະຊຸມໃຫຍ່ຄັ້ງທີ XI ມາຮອດປັດຈຸບັນ, , ເລື່ອງເປີດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃນແຜນກຳນົດ ກຳມະການຄະນະບໍລິຫານງານສູນກາງພັກ ໄດ້ຮັບການປ່ຽນໃໝ່ຢ່າງຕໍ່ເນື່ອງ ແລະ ນັບມື້ນັບເສີມຂະຫຍາຍປະສິດທິຜົນໄດ້ເປັນຢ່າງດີ. ໃນຊຸດຝຶກອົບຮົມດັ່ງກ່າວ, ຄະນະຈັດຕັ້ງຈະສຸມໃສ່ແນະນຳ 33 ບົດ, ເຊິ່ງລ້ວນແຕ່ເປັນບັນດາບັນຫາຫຼັກແຫຼ່ງແກ່ນສານກ່ຽວກັບພື້ນຖານການເມືອງແນວຄິດ, ທິດສະດີຂອງພັກ; ກ່ຽວກັບການກໍ່ສ້າງພັກ, ລັດ ແລະ ລະບົບການເມືອງ; ກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ກ່ຽວກັບການປອ້ງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ກ່ຽວກັບວິທະຍາສາດການນຳພາ, ຄຸ້ມຄອງໃນສະພາບການໃໝ່.