ພັກ, ລັດ ຈີນ ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ທີ່​ສຸດ​ໃຫ້​ແກ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ, 21 ຄັ້ງ​ຍິງ​ລູກ​ປືນ​ໃຫຍ່ ຕ​້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ.

ໂດຍ​ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ຈີນ; ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈ​ີນ ສີ​ຈີ້ນ​ຜິງ ໄດ້​ເຊີນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ້າວ​ຂຶ້ນ​ແທ່ນ​ກຽດ​ຕິ​ມະ​ສັກ. ​ດຸ​ລີ​ຍາງ​ເພງ​ຊາດ ຫວຽດ​ນາມ ແລະ ຈີນ.

ຫຼັງ​ຈາກ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ຍ່າງກວດ​ແຖວ​ກຽດ​ຕິ​ຍົດ​ທະ​ຫານ​ປົດ​ປ່ອຍ​ປະ​ຊາ​ຊົນ ຈີນ. ບັນ​ດາຫຼານ​ນ້ອຍ​ເຍົາ​ວະ​ຊົນ​ຂອງ ຈີນ ຢືນ​​ເປັນໂບກ​ທຸງ, ດອກ​ໄມ້​ເພື່ອ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.

ພາຍຫຼັງ​ພິ​ທີ​ຕ​້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຈ​ີນ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ດຳ​ເນີນ​ການ​ພົບ​ປະ​​ຂັ້ນ​ສູງສອງ​ຝ່າຍ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍໃຫ້​ເລິກ​ເຊິ່ງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.