ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ແລະ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Keir starmer (ພາບ: VOV) |
ຕ້ອນເຊົ້າວັນທີ 31 ຕຸລາ ເຮືອບິນຖ້ຽວພິເສດໄດ້ພາ ທ່ານ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດ ການຢ້ຽມຢາມທາງການ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແຕ່ວັນທີ 28-30 ຕຸລາ ຕາມການເຊີນຂອງ ທ່ານ ນາຍົກລັດຖະມົນຕີ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຄຍ ສະຕາເມີ (Keir starmer)ຢ່າງຈົບງາມ.
ຂີດໝາຍອັນໂດດເດັ່ນຂອງການຢ້ຽມຢາມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ແລະ ອັງກິດ ເຫັນດີເປັນເອກກະພາບ ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສາຍພົວພັນຂັ້ນສູງສູດໃນລະບົບຂອບເຂດຄູ່ຮ່ວມມືຂອງຫວຽດນາມ. ການຢ້ຽມຢາມຢ່າງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເປັນທາງການຂອງ ທ່ານ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໃນຄັ້ງນີ້ແມ່ນດຳເນີນກົງກັບໂອກາດວັນຄົບຮອບ 15 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (2010-2025), ນັ້ນແມ່ນຂີດໝາຍອັນສໍາຄັນ ເພື່ອສອງປະເທດພ້ອມກັນທົບທວນຄືນເສັ້ນທາງການຮ່ວມມືທີ່ຜ່ານມາ, ຕີລາຄາບັນດາຜົນສຳເລັດທີ່ໂດດເດັ່ນ, ພ້ອມກັບການວາງອອກວິໄສທັດ ແລະ ກຳນົດທິດພັດທະນາໃໝ່ໃຫ້ສາຍພົວພັນສອງຝ່າຍໃນໄລຍະຕໍ່ໄປ.

