ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV) |
‘’ວິສາຫະກິດຫວຽດນາມ ສາມາດລົງທຶນຫຼາຍຂົງເຂດ ຢູ່ ອານເຊຣີ ນັບແຕ່ກະສິກຳ ໄປເຖິງ ເຕັກໂນໂລຊີສູງ’’. ນີ້ແມ່ນການເນັ້ນໜັກຂອງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ເວທີປາໄສເສດຖະກິດ ຫວຽດນາມ-ອານເຊຣີ ທີ່ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງອໍເກີສ, ໃນໂອກາດ ການເດີນທາງຢ້ຽມຢາມ ອານເຊຣີ ຂອງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ. ທ່ານ Sifi Ghrieb, ນາຍົກລັດຖະມົນຕີ ອານເຊຣີ ກໍເຂົ້າຮ່ວມເວທີປາໄສດັ່ງກ່າວ.
ກ່າວຄຳເຫັນຕໍ່ໜ້າ ຜູ້ແທນກວ່າ 500 ທ່ານ ທີ່ຕາງໜ້າໃຫ້ ບັນດາອົງການຂອງລັດຖະບານ ແລະ ວິສາຫະກິດ ອານເຊຣີ ແລະ ຫວຽດນາມ ເຂົ້າຮ່ວມເວທີປາໄສດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ຫວຽດນາມ ແລະ ອານເຊຣີ ມີກຳລັງບົ່ມຊ້ອນການຮ່ວມມືອັນໃຫຍ່ຫຼວງ ໃນຫຼາຍຂົງເຂດ ແລະ ຂອບຄູ່ຮ່ວມມືຍຸດທະສາດໃໝ່ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນລະຫວ່າງສອງປະເທດ ຈະເປັນການເປີດອອກພື້ນທີ່ໃໝ່ທີ່ສະດວກກວ່າເກົ່າໃຫ້ບັນດາການຮ່ວມມືເຫຼົ່ານີ້. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ ກຸ່ມບໍລິສັດ Viettel ຮ່ວມມືກັບບັນດາຄູ່ຮ່ວມມື ອານເຊຣີ ເພື່ອຜະລິດບັນດາອຸປະກອນ 5G, 6G. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ:
‘’ ຫວຽດນາມ ສາມາດລົງທຶນຢູ່ ອານເຊຣີ ນັບແຕ່ການປູກຊາ ຈົນໄປເຖິງ ການຜະລິດ ຊິບ 5G’. ທີ່ດິນ, ຊັບພະຍາກອນ ຂອງ ອານເຊຣີ, ບວກກັບພູມປັນຍາຂອງປະຊາຊົນອານເຊຣີ ແລະ ຫວຽດນາມ, ບວກກັບ ນ້ຳໃຈສາມັກຄີ, ຄວາມເປັນເອກະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນປະຫວັດສາດເມື່ອກ່ອນ, ປະຈຸບັນ ແລະ ໃນອະນາຄົດ , ພວກເຮົາຈະປ່ຽນ ຊັບພະຍາກອນຂອງ ອານເຊຣີ ໃຫ້ກາຍເປັນຊັບສິນ, ວັດຖຸ ໃຫ້ປະຊາຊົນອານເຊຣີ, ແລ້ວຈຶ່ງຮອດປະຊາຊົນຫວຽດນາມ’’.

