ພິທີວາງສີລາລຶກ ສວນສາທາລະນະມິດຕະພາບ ລາວ - ຫວຽດນາມ

ຕອນເຊົ້າວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ລາວ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລັດຖະບານຫວຽດນາມ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມພິທີວາງສີລາລຶກ ສວນສາທາລະນະມິດຕະພາບ ລາວ - ຫວຽດນາມ. ນີ້ແມ່ນໂຄງການທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທຳ, ປະຫວັດສາດທີ່ເລິກເຊິ່ງ, ແມ່ນສັນຍາລັກຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ໂດຍພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ. ໂຄງການທີ່ເນື້ອທີ່ 3 ເຮັກຕາ, ຢູ່ເມືອງໄຊທານີ, ເຂດທີ່ໄດ້ຮັບການວາງແຜນຜັງກາຍເປັນຕົວເມືອງໃຫຍ່ທີ່ສຸດຂອງນະຄອນຫຼວງ ວຽງຈັນ. ຄາດວ່າໂຄງການຈະໄດ້ກໍ່ສ້າງສຳເລັດໃນປີ 2025 ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຂອງສອງປະເທດ.