ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Andrew Goledzinowski ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງອົດສະຕາລີປະຈຳ ຫວຽດນາມ (ພາບ: TTXVN) |
ຕອນຄ່ຳວັນທີ 27 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Andrew Goledzinowski ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງອົດສະຕາລີປະຈຳ ຫວຽດນາມ ມາເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ໂດຍສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດທີ່ໄດ້ປະຕິບັດສຳເລັດໜ້າທີ່ປະຕິບັດງານຢູ່ ຫວຽດນາມ, ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ຕໍ່ການພັດທະນາການພົວພັນ ຫວຽດນາມ - ອົດສະຕາລີ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ປາດຖະໜາຢາກໃຫ້ ທ່ານເອກອັກຄະລັດຖະທູດ ສືບຕໍ່ສະໜັບສະໜູນໃຫ້ແກ່ການພົວພັນສອງປະເທດໃນທຸກຂົງເຂດ. ໂດຍສະແດງອາລົມຈິດຄວາມຮັກແພງ, ຄວາມປະທັບໃຈທີ່ດີງາມຕໍ່ຫວຽດນາມ, “ຫວຽດນາມ ຍາມໃດກໍ່ຢູ່ໃນໃຈ”, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າຈະຈົດຈຳຄວາມຊົງໃຈໃນຊຸມເດືອນປີທີ່ເຮັດວຽກຢູ່ ຫວຽດນາມ ແລະ ຈະກັບຄືນເມືອຫວຽດນາມ, ມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນສອງຝ່າຍ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ບັນດາການນຳຫວຽດນາມ ຈະຫັນຄວາມສາມາດບົ່ມຊ້ອນໃນການພັດທະນາຂອງປະເທດຊາດໃຫ້ປະກົດຜົນເປັນຈິງ ແລະ ຫວຽດນາມ ຈະກ້າວເຂົ້າສູ່ສັງກາດໃໝ່.

