ວັນທີ 13 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສາທາລະນະລັດ ໂປໂລຍ Donald Tusk, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala, ຜູ້ກໍ່ຕັ້ງ ທັງເປັນປະທານຝ່າຍບໍລິຫານ ເວທີປາໄສເສດຖະກິດໂລກ (WEF) Kláu Schwab, ທ່ານນາຍົກລົດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ໂປໂລຍ, ສ. ເຊັກໂກ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ ແລະ ເຮັດວຽກສອງຝ່າຍ ຢູ່ ສະວິດ. ການເຄື່ອນໄຫວຈະດຳເນີນແຕ່ວັນທີ 15 – 23 ມັງກອນ.