ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳນະຄອນ ດ່າໜັງ |
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ດ່າໜັງ ໄດ້ແກ້ໄຂບັນດາຈຸດອຸດຕັນຂອງພື້ນຖານເສດຖະກິດໄດ້ເປັນຢ່າງດີ; ນະຄອນພວມນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງສູນເຕີບໂຕ, ສົ້ນເຕີບໂຕຂອງພາກກາງ, ເຕິຍງວຽນ ແລະ ທົ່ວປະເທດ.
ເຖິງຢ່າງໃດກໍຕາມ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ດ່າໜັງ ຕ້ອງພັດທະນາຢ່າງຮອບດ້ານ ແລະ ສະໝ່ຳສະເໝີກວ່າອີກ; ພັດທະນາຢ່າງໄວວາ ແຕ່ຕ້ອງຍືນຍົງ, ມີຄວາມກົມກຽວລະຫວ່າງການພັດທະນາດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ມະນຸດ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ດ່າໜັງ ສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບ “3 ສູນ”, ລວມມີ: ສູນຕົວເມືອງອັດສະລິຍະ; ໝູນໃຊ້, ຄົ້ນຄວ້າວິທະຍາສາດເຕັກໂນໂລຢີ, ສະຕາດອັບ, ນະວັດຕະກຳຂອງທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ສູນການບໍລິການ, ການທ່ອງທ່ຽວຕິດພັນກັບການຈັດຕັ້ງເຫດການສາກົນ, ບັນລຸມາດຖານພາກພື້ນ ອາຊີ; ສູນເສດຖະກິດທະເລ, logistics, ເຂດການຄ້າເສລີ.

