ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງມາຮອດສະໜາມບິນ Tallinn, ເລີ່ມຕົ້ນການຢ້ຽມຢາມ ແອັດໂຕນີ

ໂດຍຕອບຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ແອັດໂຕນີ Kristen Michal ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson, ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3), ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜື່ງຢູ່ ຝລັ່ງ, ຢ້ຽມຢາມ ແອັດໂຕນີ ແລະ ຊູແອັດ ຢ່າງເປັນທາງການ ແຕ່ວັນທີ 5 ມິຖຸນາ ຫາວັນທີ 14 ມິຖຸນາ 2025.

ນີ້ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມມະຫາສະໝຸດຂອງ ສປຊ; ແມ່ນຄັ້ງທຳອິດທີ່ທ່ານນາຍົກລັດຖະມົນຕີເດີນທາງໄປຍັງ ຝລັ່ງ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ຕຸລາ 2024); ນີ້ແມ່ນການຢ້ຽມຢາມ ຊູແອັດ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ພາຍຫຼັງໄລຍະ 6 ປີ ແລະ ກໍແມ່ນຄັ້ງທຳອິດທີ່ການນຳຫຼັກແຫຼ່ງຂອງ ຫວຽດນາມ ເດີນທາງຢ້ຽມຢາມ ແອັດໂຕນີ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1992.

ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ 3 ປະເທດເອີຣົບຄັ້ງນີ້ ແມ່ນການຢ້ຽມຢາມ ສ.ແອັດໂຕນີ ຢ່າງເປັນທາງການ. ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນ Lenmart Meri Tallin ມີທ່ານ Hannes Hanso ເອກອັກຄະລັດຖະທູດ ແອັດໂຕນີ ປະຈຳ ຈີນ ແລະ ຫວຽດນາມ; ທ່ານ Sven Tolp ຮອງຫົວໜ້າກົມພິທີການແຫ່ງລັດ ແອັດໂຕນີ; ທ່ານນາງ ຟ້າມທິແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ ແລະ ແອັດໂຕນີ.

ຄາດວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີການພົບປະເຈລະຈາ, ພົບປະກັບການນຳຂັ້ນສູງຂອງ ແອັດໂຕນີ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ແອັດໂຕນີ, ຢ້ຽມຢາມບາງຮາກຖານເສດຖະກິດ - ສັງຄົມ, ວັດທະນະທຳຈຳນວນໜຶ່ງຂອງ ແອັດໂຕນີ.