ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ງານວາງສະແດງ |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າດ້ວຍສານ “ສັນຕິພາບ - ການຮ່ວມມື - ການພັດທະນາ”, ງານວາງສະແດງປະກອບສ່ວນຊຸກຍູ້ການຕ່າງປະເທດ ແລະ ການຮ່ວມມືປ້ອງກັນຊາດໃນທຸກຂົງເຂດ. ທ່ານໃຫ້ຮູ້ວ່າ:
ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ເຄົາລົບນ້ຳໃຈຄວາມຮັກແພງ, ໄມ້ຕີຈິດຄວາມຖືກຕ້ອງໃນບັນດາການພົວພັນຮ່ວມມືສາກົນ. ຫວຽດນາມ ເປັນເຈົ້າການຍູ້ແຮງການທູດ ແລະ ການຮ່ວມມືດ້ານປ້ອງກັນຊາດ ເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ ສະແດງໃຫ້ເຫັນຄວາມສຸດຈິດສຸດໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງ, ຄວາມປອດໄພລວມ, ການສະກັດກັ້ນການປະທະກັນ, ປ້ອງກັນຕ້ານສົງຄາມ, ສອດຄ່ອງກັບບັນດາຫຼັກການໂດຍພື້ນຖານຂອງ ກົດໝາຍສາກົນ, ປະກອບສວ່ນໃຫ້ແກ່ສັນຕິພາບ, ການຮ່ວມມືພັດທະນາລວມຂອງພາກພື້ນ ແລະ ໃນທົ່ວໂລກ. ຜ່ານຜ່າຄວາມເຈັບປວດ, ການເສຍສະຫຼະໂດຍສົງຄາມກໍ່ຂຶ້ນ, ຫວຽດນາມ ເຂົ້າໃຈ ແລະ ເຄົາລົບມູນຄ່າຂອງນ້ຳໃຈມິດຕະພາບ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ຫວຽດນາມ ກຳນົດທິດຍຸດທະສາດພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດເປັນເຈົ້າການ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນຳໃຊ້ໃຫ້ແກ່ເປົ້າໝາຍການທະຫານ ແລະ ພົນລະເຮືອນ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

