ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງກໍ່ສ້າງກຳລັງຕຳຫຼວດປະຊາຊົນເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝໃນໄລຍະຈະມາເຖິງ, ປະກອບສວ່ນຕັດສິນໄຊຊະນະໃນອະນາຄົດຂອງປະເທດຊາດ…ກຳລັງຕຳຫຼວດຕ້ອງກຳແໜ້ນ, ຕິດແທດບັນດາທ້ອງຖິ່ນຍຸດທະສາດ, ບັນດາເປົ້າໝາຍ, ຄູ່ຮ່ວມມື, ປະຕິດບັດບົດບາດເປັນເສນາທິການສະເໜີຕໍ່ພັກລັດ ໃຫ້ເປັນຢ່າງດີໃນບັນດາຂົງເຂດຕ່າງໆ; ປະກອບສ່ວນຮັກສາການເມືອງເປັນສະຖຽນລະພາບ, ຮັບໃຊ້ການພັດທະນາເສດຖະກິດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ເປີດກວ້າງການພົວພັນທາງການທູດ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ການພັດທະນາ.