ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິ່ນເທີ

ຕອນເຊົ້າວັນທີ15/12 , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ XV ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງ 200 ທ່ານທີ່ເປັນຜູ້ຕາງໜ້າໃຫ້ບັນດາຕາແສງ, ເທດສະບານ, ຜູ້ມີຍົດສັກຕຳແໜ່ງຂອງບັນດາສາສະໜາໃນບໍລິເວນເມືອງເກີດໍ, ນະຄອນ ເກິ່ນເທີ.

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ບັນດາຜູ້ມີສິດເລືອກຕັ້ງຮັບຊາບ ກ່ຽວກັບໝາກຜົນຂອງກອງປະຊຸມດັ່ງກ່າວ ແລະ ສະພາບການເສດຖະກິດ ສັງຄົມຂອງປະເທດຊາດໃນໄລຍະຜ່ານມາ, ສະພາບການປ່ຽນແປງໃໝ່, ການສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງ, ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການສ້າງໂຄງປະກອບຄືນໃໝ່, ຍົກສູງຄຸນນະພາບ, ການນຳໃຊ້ຖັນແຖວພະນັກງານ, ພາລະກອນ, ລັດຖະກອນຢ່າງມີປະສິດທິຜົນ, ຫຼຸດຜ່ອນລາຍຈ່າຍປະຈຳ ແລະ ປະກອບສ່ວນປັບປຸງນະໂຍບາຍເງິນເດືອນ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຕອບບັນດາຄຳເຫັນທີ່ຜູ້ມີສິດເລືອກຕັ້ງເອົາໃຈໃສ່ຄື: ບັນດາບັນຫາກ່ຽວກັບພື້ນຖານໂຄງລ່າງ, ເປັນຕົ້ນແມ່ນເສັ້ນທາງຄວາມໄວສູງ ເໜືອ ໃຕ້, ເສັ້ນທາງລົດໄຟຄວາມໄວສູງເໜືອ ໃຕ້, ບັນດານະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະຕິວັດ, ບັນຫາຕ້ານນ້ຳຖ້ວມ, ການຮັກສາຄວາມໝັ້ນຄົງແຫຼ່ງນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້…