ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ວາລະໄຂເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 28 ດ້ວຍຫົວຂໍ້ “ບັນດາຄຸນຄ່າລວມ: ພື້ນຖານຂອງການເຕີບໂຕໃນໂລກຫຼາຍຂົ້ວ” ໄດ້ດຳເນີນໃນວັນທີ 19 ມິຖຸນາ, ຢູ່ນະຄອນ Saint Petersburg (ລັດເຊຍ), ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກກ່ວາ 140 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ.

ກ່າວຄຳເຫັນດ້ວຍຖານະແມ່ນໜຶ່ງໃນບັນດານັກປະຖະກະຖາຫຼັກຂອງວາລະໄຂ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງຂໍ້ລິເລີ່ມ “ຄູ່ຮ່ວມມືມະຫາ ອາຊີ - ເອີລົບ” ຂອງທ່ານປະທານາທິບໍດີ Vladimir Putin, ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພັນ ເສດຖະກິດ ອາຊີ - ເອີລົບ ກັບ ອາຊຽນ.

ແບ່ງປັນກ່ຽວກັບບັນດາບັນຫາຮ້ອນເຮັ່ງໃນປັດຈຸບັນ, ທ່ານຮອງນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງເຖິງຫຼັກໝັ້ນ ແລະ ທັດສະນະຂອງ ຫວຽດນາມ. ຕາມນັ້ນແລ້ວ, ກ່ຽວກັບນະໂຍບາຍພາສີອາກອນຂອງບັນດາປະເທດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງທັດສະນະຂອງພັກ, ລັດ, ລັດຖະບານ ຫວຽດນາມ ແມ່ນເປັນເຈົ້າການ, ທຸ່ນທ່ຽງໃຈ, ຕີລາຄາສະພາບການຢ່າງລະອຽດ ແລະ ປັບປຸງຢ່າງມີໄຫວພິບ. ໄປຄຽງຄູ່ກັນນັ້ນ, ເພື່ອຮັບມືກັບສະພາບແວດລ້ອມທາງການຄ້າທົ່ວໂລກທີ່ພວມມີການປ່ຽນແປງ, ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດລວມມີການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍວິສາຫະກິດ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.