ລາຍການສະແດງຂອງ ຫວຽດນາມ ໃນງານວາງສະແດງ |
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ຕອນເຊົ້າວັນທີ 09 ກັນຍາ, ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງສາກົນ EXPO 2025 ຢູ່ Osaka, ເຊັນປຶ້ມບັນທຶກລາຍເຊັນເປັນທີ່ລະນຶກ ແລະ ເຂົ້າຮ່ວມພິທີເອົາທຸງຊາດ ຫວຽດນາມ, ຍີ່ປຸ່ນ ຂຶ້ນເສົາ ເນື່ອງໃນໂອກາດ “ວັນບຸນແຫ່ງຊາດ ຫວຽດນາມ” ຢູ່ EXPO Osaka. ກ່າວຄ່ຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ, ເນັ້ນໜັກວ່າ:
“ການເຂົ້າຮ່ວມງານວາງສະແດງ EXPO 2025, ຫວຽດນາມ ເລືອກເອົາຫົວຂໍ້ “ສັງຄົມຮອບດ້ານຖືມະນຸດເປັນໃຈກາງ”, ຜ່ານນັ້ນ ພວກຂ້າພະເຈົ້າຢາກແບ່ງປັນບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈກ່ຽວກັບປະເທດ ຫວຽດນາມ ດ້ວຍປະຫວັດສາດທີ່ສະຫງ່າອົງອາດ, ເສດຖະກິດຂະຫຍັນຂັນເຄື່ອນ, ເຊື່ອມໂຍງ, ວັດທະນະທຳອຸດົມສົມບູນ, ຫຼາກຫຼາຍສີສັນ, ປະຊາຊົນດຸໝັ່ນຂະຫຍັນພຽນ, ຜູກພັນຮັກໄຄ່, ຮັກແພງແຂກຄົນ, ສັງຄົມມີຄວາມສະຫງົບປອດໄພເປັນລະບຽບຮຽບຮ້ອຍ, ທັງໝົດເພື່ອຊີວິດທີ່ອີ່ມໜຳສຳລານ, ຄວາມຜາສຸກຂອງປະຊາຊົນ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ… ການວາງສະແດງຂອງ ຫວຽດນາມ ໃນ EXPO 2025 ແມ່ນການປະສານສົມທົບລະຫວ່າງຄວາມເປັນມູນເຊື້ອດັ່ງເດີມ, ທັນສະໄໝ ກັບ ອະນາຄົດ ເພື່ອແນໃສ່ແຜ່ກະຈາຍບັນດາເລື່ອງລາວທີ່ເອກອ້າງທະນົງໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ກັບ ເພື່ອນມິດສາກົນ, ດ້ວຍຄວາມຄາດຫວັງບຸກທະລຸໃນສັງກາດໃໝ່. ພ້ອມດຽວກັນນັ້ນ, ແນະນຳບັນດາກຳລັງບົ່ມຊ້ອນ, ທ່າແຮງຂອງບັນດາທ້ອງຖິ່ນ, ວິສາຫະກິດ, ເພື່ອເປີດບັນດາກາລະໂອກາດຮ່ວມມືລົງທຶນໃນອະນາຄົດ”.
ນັກຂ່າວ VOV ປະຈຳ ຍີ່ປຸ່ນ

