ທ່ານປະທານປະເທດ ເລືອງເກືອງ ໃຫ້ການຕ້ອນຮັບທ່ານ Gombojav Zandanshatar ຫົວໜ້າຫ້ອງວ່າການປະທານາທາບໍດີ ມົງໂກນ

ຕອນເຊົ້າວັນທີ 13 ມັງກອນ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Gombojav Zandanshatar ຫົວໜ້າຫ້ອງວ່າການປະທານາທາບໍດີ ມົງໂກນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ໄດ້ສະແດງຄວາມຊົມເຊີຍຕໍ່ຫ້ອງວ່າການປະທານປະເທດ ຫວຽດນາມ ແລະ ຫ້ອງວ່າການປະທານາທາບໍດີ ມົງໂກນ ໄດ້ເຊັນຂໍ້ຕົກລົງການຮ່ວມມື, ຜ່ານນັ້ນກໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງຫ້ອງວ່າການ, ກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ໃນໄລຍະຈະມາເຖິງ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ມີຄວາມຫວັງຢາກສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ມົງໂກນ ໃນບັນດາຂົງເຂດ, ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງທັງສອງຝ່າຍ, ພິເສດແມ່ນໃນຂະນະທີ່ສອງຝ່າຍໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2024.

ສ່ວນທ່ານ Gombojav Zandanshatar ຫົວໜ້າຫ້ອງວ່າການປະທານາທາບໍດີໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ເມື່ອບັນລຸໄດ້ບັນດາຜົນສຳເລັດໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທ່ານປາດຖະໜາວ່າ ໃນໄລຍະຈະມາເຖິງ ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານນັ້ນກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມທັງຊຸກຍູ້ການຮ່ວມມືໃນທຸກຂົງເຂດໃຫ້ດີຍິ່ງກ່ວາອີກ.