ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີ |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ Petrovietnam ໃນ 50 ປີຜ່ານມາ, ໃນນັ້ນ Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ. ທ່ານເລຂາທິການໃຫຍ່ ຮຽກຮ້ອງ Petrovienam ຍາມໃດກໍ່ເສີມຂະຫຍາຍບົດບາດເປັນແກນສານໃນການສ້າງຕ່ອງໂສ້ມູນຄ່າອຸດສາຫະກຳທັນສະໄໝ, ບຸກເບີກການຫັນປ່ຽນພະລັງງານ, ພະລັງງານໃໝ່ ແລະ ພະລັງງານທົດແທນ; ຖືວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນບາດໄມ້ງັດບຸກທະລຸ, ພ້ອມທັງສ້າງການບໍລິຫານໃຫ້ສົມບູນແບບຕາມມາດຕະຖານສາກົນຕິດພັນກັບການພັດທະນາແບບຍືນຍົງ. |

