ວັນທີ 06 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ສປປ.ເກົາຫຼີ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ ແຕ່ວັນທີ 09 – 11 ຕຸລາ 2025.

ການຢ້ຽມຢາມດຳເນີນໄປຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການການເມືອງ ສປປ.ເກົາຫຼີ Kim Jong Un.