(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

ໃນຂອບເຂດການໄປປະຕິບັດງານຢູ່ແຂວງ ອານຢາງ, ຕອນເຊົ້າວັນທີ 20 ພະຈິກ, ຢູ່ເຂດພິເສດ ຝູກວັກ, ແຂວງ ອານຢາງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກອງບັນາຊາການຕຳຫຼວດທະເລເຂດ 4.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ຕໍ່ໜ້າບັນດາຄວາມຮຽກຮ້ອງໃໝ່, ໜ້າທີ່ປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາແຫ່ງຊາດທາງທະເລ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ ແລະ ມີຄວາມຮຽກຮ້ອງນັບມື້ນັບສູງ, ຕ້ອງສຸມທຸກແຫຼ່ງກຳລັງເພື່ອສ້າງຕຳຫຼວດທະເລ ຫວຽດນາມ ຕາມທິດ “ກະທັດລັດ, ເຂັ້ມແຂງ”, ກ້າວໄປເຖິງທັນສະໄໝ; ໃນນັ້ນ, ຖືເປັນສຳຄັນການບຸກທະລຸໃນຂົງເຂດດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕັ້ງໜ້າພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ປັນຍາປະດິດ ຮັບໃຊ້ໃຫ້ແກ່ໜ້າທີ່ຂອງຕຳຫຼວດທະເລ ຫວຽດນາມ…

ທ່ານເລຂາທິການໃຫຍ່ກໍ່ສະເໜີໃຫ້ກອງບັນຊາການຕຳຫຼວດທະເລເຂດ 4 ເປັນເຈົ້າການໃນການສ້າງ, ຜັນຂະຫຍາຍບັນດາທິດທາງ, ແຜນການ, ຕັດສິນໃຈປົກປັກຮັກສາອະທິປະໄຕໄວ້ຢ່າງໝັ້ນຄົງ; ຕໍ່ສູ້, ຕ້ານອາດຊະຍາກຳ, ການລະເມີດກົດໝາຍທາງທະເລ; ຕ້ານການຂຸດຄົ້ນ IUU; ການຊອກຫາ, ກູ້ໄພກູ້ຊີບ ແລະ ການປົກປັກຮັກສາສິ່ງແວດລ້ອມທະເລ…