(ທ່ານເລຂາທິການໃຫຍ່ພັກກອມມິນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີສະຫຼອງ)

ຕອນເຊົ້າວັນທີ 13 ກັນຍາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ (13 ກັນຍາ 1945 – 13 ກັນຍາ 2025) ແລະ ຮັບນາມມະຍົດນັກວິລະຊົນແຮງງານ.

ໂດຍຕາງໜ້າໃຫ້ການນຳພັກ, ລັດ ປະດັບນາມມະຍົດນັກວິລະຊົນແຮງງານໃຫ້ແກ່ສານປະຊາຊົນສູງສຸດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ, ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດ້ວຍຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ, ວັດທະນະຖາວອນ, ຄວາມຜາສຸກ. ສະນັ້ນ, ບົດບາດ, ຄວາມຮັບຜິດຊອບຂອງຂະແໜງສານປະຊາຊົນໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

“ສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນການພິພາກສາຂອງສານທຸກຂັ້ນ. ນີ້ແມ່ນໜ້າທີ່ຈຸດສຸມຂອງຂະແໜງສານ, ກໍ່ແມ່ນໜ້າທີ່ຈຸດສຸມຂອງການປະຕິຮູບຕຸລາການ. ໃນການເຄື່ອນໄຫວພິພາກສາ ຕ້ອງຖືເອົາໝາກຜົນການປົກປ້ອງຄວາມຍຸຕິທຳ, ຄວາມສະເໝີພາບ, ການປົກປ້ອງສິດທິມະນຸດ, ສິດທິຂອງພົນລະເມືອງ, ຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນເປັນໄມ້ວັດແທກ. ຂະແໜງສານປະຊາຊົນ ຕ້ອງສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອທຸກຄຳຕັດສິນລ້ວນແຕ່ເຄັ່ງຄັດດ້ານກົດໝາຍ, ແຕ່ກໍ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ”.