ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງ ຫວຽດນາມ(ພາບ: TTXVN)
|
ຕອນເຊົ້າວັນທີ 25 ຕຸລາ, ເຮືອບິນນຳສົ່ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການຢ້ຽມຢາມທາງການ ສ.ບຸນກາຣີ ແຕ່ວັນທີ 22 – 24 ຕຸລາ ຢ່າງຈົບງາມ, ຕາມຄຳເຊີນຂອງ ທ່ານ Rumen Radev ປະທານາທິບໍດີ ບຸນກາຣີ.
ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນການພົບປະສົນທະນາກັບ ທ່ານ Rosen Zhelyazkov ນາຍົກລັດຖະມົນຕີ ບຸນກາຣີ. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… 2 ຝ່າຍຢືນຢັນຈະສົມທົບກັບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ ແລະ ອາຊຽນ - ອີຢູ.
ທີ່ການພົບປະສົນທະນາກັບ ທ່ານ Natalia Kiselova ປະທານສະພາແຫ່ງຊາດ ບຸນກາຣີ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືລັດຖະສະພາ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ຫຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສອດຄ່ອງກັບຄວາມຕ້ອງການພັດທະນາຂອງ 2 ປະເທດ.

