ໃນຂອບເຂດການຢ້ຽມຢາມສັນທະວະໄມຕີລາວ ຢ່າງເປັນທາງການ, ວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕາມລໍາດັບ.

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ (ພາບ: TTXVN)

ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕ່າງກໍອວຍພອນທ່່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດຮັບດໍາລົງຕໍາແໜ່ງເປັນປະທານປະເທດຫວຽດນາມ; ພ້ອມທັງແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຮັບຊາບກ່ຽວກັບ ສະພາບການເສດຖະກິດ - ສັງຄົມຂອງ ລາວ ພາຍຫຼັງໄລຍະ 3 ປິ ແຫ່ງການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນແຫ່ງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່່າງລັດຖະບານ ແລະ ສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຕ່າງກໍຢັ້ງຢືນວ່າ: ບໍ່ວ່າຈະຢູ່ໃນສະພາບຄືແນວໃດກໍຕາມ, ລາວຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃນຖັນແຖວພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໄວໜຸ່ມສອງປະເທດ.