ການເຮັດວຽກກັບກຸ່ມບໍລິສັດ Exxon Mobil |
ທີ່ການເຮັດວຽກກັບການນຳກຸ່ມບໍລິສັດ Exxon Mobil, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ Exxon Mobil ສືບຕໍ່ຜັນຂະຫຍາຍໂຄງການພັດທະນາບໍ່ອາຍແກັດ Blue Whale ໃນໄລຍະປັດຈຸບັນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ສັນຍານ້ຳມັນອາຍແກັດທີ່ໄດ້ລົງນາມ.
ໃນການເຮັດວຽກກັບການນຳກຸ່ມບໍລິສັດ Nike, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບຜົນກະທົບຈາກນະໂຍບາຍພາສີໃນປັດຈຸບັນຕໍ່ລະບົບສະໜອງທົ່ວໂລກຂອງ Nike ກໍຄືຜົນປະໂຫຍດຂອງຜູ້ບໍລິໂພກ ອາເມລິກາ; ຈາກນັ້ນກໍ່ສະເໜີການກຳນົດທິດໜູນຊ່ວຍຈຳນວນທີ່ເໝາະສົມຕໍ່ການເຄື່ອນໄຫວຂອງ Nike ຢູ່ ຫວຽດນາມ.
ກ່ຽວກັບບັນດາກຸ່ມບໍລິສັດ ອາເມລິກາ, ການນຳ Exxon Mobil, Nike, Walmart ລ້ວນແຕ່ຕີລາຄາສູງບັນດານະໂຍບາຍປະຕິຮູບຫວ່າງມໍ່ໆມານີ້ຂອງ ຫວຽດນາມ ຕໍ່ສະພາບແວດລ້ອມດຳເນີນທຸລະກິດ - ລົງທຶນ; ໃຫ້ຄຳໝັ້ນສັນຍາສົ່ງສານທີ່ຕັ້ງໜ້າກ່ຽວກັບ ຫວຽດນາມ ເຖິງທຳນຽບຂາວ, ອົງການຕາງໜ້າດ້ານດ້ານການຄ້າ ອາເມລິກາ, ກະຊວງການຄ້າ ແລະ ກະຊວງພະລັງງານ ອາເມລິກາ ເພື່ອແນໃສ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນາການເຈລະຈາກັບ ອາເມລິກາ.
ນັກຂ່າວ VOV ປະຈຳ ອາເມລິກາ

