|
ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານເຂດທົ່ງພຽງແມ່ນ້ຳແດງ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 5 ຂອງສະພາ ທີ່ມີຫົວຂໍ້ “ການເຕີບໂຕ 2 ຕົວເລກ, ເຂດທົ່ງພຽງແມ່ນ້ຳແດງນຳໜ້າກ້າວເຂົ້າສູ່ສັງກາດໃໝ່”. ກອງປະຊຸມເພື່ອແນໃສ່ສະຫຼຸບການເຄື່ອນໄຫວປີ 2024, ຜັນຂະຫຍາຍໜ້າທີ່ປີ 2025 ຂອງສະພາ; ພ້ອມທັງປະກາດແຜນຜັງນະຄອນຫຼວງຮ່າໂນ້ຍ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
|
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ເຂດທົ່ງພຽງແມ່ນ້ຳແດງ ຕ້ອງເຕີບໂຕ 2 ຕົວເລກ ເພື່ອພ້ອມກັບທັງປະເທດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນ ພັດທະນາຮັ່ງມີເຂັ້ມແຂງ, ສີວິໄລ ແລະ ວັດທະນາຖາວອນຂອງປະເທດຊາດ. ດັ່ງນັ້ນ, ສະພາຕ້ອງຕີລາຄາຄືນ ແຕ່ກອງປະຊຸມຄັ້ງທີ 4 ມາຮອດປັດຈຸບັນ, ບັນດາວຽກທີ່ໄດ້ປະຕິບັດ, ຍັງບໍ່ທັນໄດ້ປະຕິບັດ, ສຳຫຼວດກວດຄືນ, ໄຈ້ແຍກສາຍເຫດ, ບົດຮຽນປະສົບການທີ່ຖອດຖອນມາໄດ້ໃນວິວັດທະນາການນຳພາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຈາກນັ້ນ ກໍ່ເສີມຂະຫຍາຍບັນດາສິ່ງທີ່ປະຕິບັດໄດ້, ແກ້ໄຂຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຊອກຫາວິທີແກ້ໄຂ. ທ່ານກ່າວວ່າ:
“ສຸມໃສ່ແກ້ໄຂລະບອບລະບຽບການ, ຂໍ້ຕິດຄັດໃຫ້ຂ້ຽວຂາດກວ່າ; ຕ້ອງປະຕິບັດສຳເລັດ ແລະ ນຳກົງຈັກການຈັດຕັ້ງໃໝ່ເຂົ້າໃຊ້ງານໃນໄຕມາດທີ 1 ປີ 2025; ການສ້າງແຜນການເຄື່ອນໄຫວປະຕິບັດມະຕິຂອງກົມການເມືອງ ແລະ ແຜນການເຄື່ອນໄຫວຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີນະວັດຕະກຳ, ຫັນເປັນດີຈີຕອນ; ສ້າງກົນໄກ, ນະໂຍບາຍເພື່ອລະດົມທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ ເພື່ອຖືເອົາແຫຼ່ງກຳລັງລົງທຶນພາກລັດ ນຳພາ, ລະດົມກຳລັງ; ຕັ້ງໜ້າເປັນເຈົ້າການເສີມຂະຫຍາຍປະສິດທິຜົນພັດທະນາການເຊື່ອມຕໍ່ເຂດ, ເຊື່ອມຕໍ່ເສດຖະກິດເຂດ, ພິເສດ ເນັ້ນໜັກເຖິງການເຊື່ອມຕໍ່ຄົມມະນາຄົມ.”


